ສະບາຍດີ ເພືອນໆ Steemit ແລງມື້ນີ້ຂ້ອຍຊິມາເຮັດຂົ້ວຜັກກາດນາກິນໃຊ້ເວລາປະມານ20ນາທີກໍສາມາດກິນໄດ້ແລ້ວ ເພາະຫລາຍໆມື້ຜ່ານມາກະກິນແຕ່ຊີ້ນມາຫລາຍແລ້ວກໍ່ເລີຍປ່ຽນມາກິນຜັກເພື່ອສຸຂະພາບກັນແດ່ເນາະເພາະຜັກມີຄຸນປະໂຫຍດຢ່າງຫລວງຫລາຍເພາະເປັນການດີທອັກເຮັດໃຫ້ລະບົບຂັບຖ່າຍສະດວກພ້ອມນັ້ນການກິນຜັກຍັງສາມາດເຮັດໃຫ້ສະລໍຄວາມແກ່ກ່ອນໄວຕື່ມອີກແບບນີ້ແລະຄືສາເຫດທີ່ເຮັດໃຫ້ຂ້ອຍມັກກິນຜັກບໍ່ວ່າຈະເປັນຜັກກິນໃບຫລືຜັກກິນຫົວຂ້ອຍກະມັກຫມົດເລີຍ
*ສ່ວນປະກອບຫລັກໆທີ່ກຽມກໍ່ຈະມີ
-ຫມາກເຜັດແຫ້ງ
-ຫົວຜັກທຽມແຫ້ງ
-ຫົວຜັກບົວແຫ້ງ
-ແປ້ງນົວ
-ນ້ຳຕານ
-ສະອີ້ວ
-ນ້ຳປາ
-ຊອັດຫອຍນາງລົມ
-ຜັກກາດຊອມທີ່ມີດອກເຫລືອງຫນ້ອຍຫນື່ງ!
-ຊີ້ນຫມູ
IMG_20180202_180528.jpgຫລັງຈາກກຽມອຸປະກອນຄົບຖ້ວນຫມົດແລ້ວເຮົາກໍ່ຈະນຳຫມາກເຜັດແຫ້ງ,ຫົວບົວ,ຫົວທຽມແຫ້ງມາຕຳໃສ່ກັນໃຫ້ແຫລກພໍດີ