Hello steemit friends 😊
ສະບາຍດີ ຕອນເຊົ້າ ກັບອາຫານ ທີ່ແສນງ່າຍ ແລ້ວກະ ມີປະໂຫຍດ ເຫຼືອຫຼາຍ ແຊນວິດໄກ່ ກັບ ສະລັດສົດ ຂອງມັກ ທີສຸດ ໃນສາມໂລກ ເໝາະ ສຳລັບ ຄົນຮັກ ສຸກຂະພາບ ເພາະ ມັນມີໂປຮຕີນ ສູງ ແລ້ວກະ ມີສະລັດ ສົດໆ ນຳ ແຊບ ຖືກໃຈ ເພາະ ເຮົາ ບໍ່ມັກ ຕຸ້ຍ ແລ້ວ ກະບໍ່າກ ພື່ງຢາ ລົດຫຸ່ນ ກະເລີຍ ຕ້ອງເລືອກ ແນວກິນແດ່ ຈັກໜ່ອຍ🥗
ວິທີເຮັດ ກະຕາມຫັ້ນເລີຍ ກຽມຊີ້ນໄກ່ ຊອຍບາງປະມານ ສອງນີ້ວ ແລ້ວກະ ຂົ້ວ ໃສ່ໜໍ້ ບໍ່ຕິດ ກະທະ ບໍ່ໃສ່ນໍ້ມມັນກະໄດ້ ແຕ່ຂ້ອຍມັກ ໃສ່ນໍ້າມັນ ໂອລິບອອຍ ເລັກນ້ອຍ ມັກລົດຊາຍຝດ ມັນ ຂົ້ວໃຫ້ຊີ້ນໄກ ພໍສຸກ ບໍ່ໃຫ້ ແຫ້ງ ເກີນໄປ ເພາະມັນຈະແຂງ ເວລາຂົ້ວ ໃສ່ແຕ່ເກືອ ກັບ ໝາກພິກດຳ ລະແລ້ວ
ຈາກນັ້ນ ກະ ກຽມເຂົ້າຈີ່ ປີ້ງ ຫຼື ບໍ່ ກະໄດ້ ຕາມໃຈ ແລ້ວ ກະ ຊອດທີ່ຕຽມໄວ້ ທາໃສ່ເຂົ້າຈີ່ ຈາກນັ້ນກະຕາມດ້ວຍ ຜັກສະລັດ ແລ້ວໝາກເລັ່ນ ສຸດທ້າຍຕາມດ້ວຍໄກ່ ເປັນອັນວ່າເສັດສີ້ນ 👍
Thank you for visit my blog 😍
Will see you again next post 🤗