ສະບາຍດີ steemit friends 🤗
- ມື້ນີ້ ກັບ ມາຫາ ສະໂລ່ຄຸກເກີ ມື້ນີ້ ໄມ້ ຄົວໃຫ້ກິນ ຂ້ອນຂ້າງ ພິເສດ ແດ່ ຂອງກິນ ມື້ນີ້ ຍ້ອນ ມີ ວາຍແດງ ເປັນສ່ວນ ປະ ກອບໃນ ການປຸງ ສອງຈອກ 🍷 ຄຶດວ່າ ສອງຈອກ ໃຫ້ຄົນກິນ ກະຄື ອິເມົາ ຢູ່ ແຕ່ ເວລາ ເອົາໃສ່ ເປັນສ່ວນ ປະສົມ ຄົວຂອງ ກິນ ຈະບໍ່ ມີ ເອວກໍຮໍ ເຫຼືອ ເພາະ ມັນອິລະເຫີຍ ອອກ ໄປ ໝົດກ່ອນ 👍
- ສ່ວນປະກອບຂອງ ອາຫານ ມື້ນີ້ ມີ : 🤗
ກ້ານສະລາລີ່ 🤗
ແຄ່ລອດ 🥕🥕🥕
ໝາກເລັ່ນໃຫຍ່ 🍅🍅🍅
ຜັກທຽມ 🤗
ຊີ້ນງົວ 🥩🥩🥩
ຜັກບົ່ວຫົວໃຫຍ່ 🤗
ວາຍແດງ 🍷🍷
ເກືອ ກັບ ໝາກພິກ 🤗
ນໍ້າສະຕອກ 🤗
ຜັກ ເບລີບ 🍃🍃🍃
ຜັກ ທາມ 🌿🌿🌿
ເປືອກ ໝາກກ້ຽງ 🍊🍊🍊



- ຂັ້ນຕອນການ ຄົວ ກະ ກຽມ ສ່ວນ ປະສົມ ໃຫ້ ລຽບລ້ອຍ ຊອຍ ໃຫ້ ລຽບລ້ອຍ ແລ້ວ ກະ ຂົ້ວຊີ້ນງົວ ກັບ ຜັກ ເຄື່ອງ ເທດ ກ່ອນ ອິເອົາ ໃສ່ ໃນໝໍ້ ສະໂລ່ຄຸກເກີ slow cooker ຕອນ ທີ່ຂົ້ວ ແມ່ນ ເອົາພໍ ມັນໝາດໆ ບໍ່ໃຫ້ ດົນເກີນໄປ ຍ້ອນ ເຮົາ ອິເອົາ ມາໃສ່ໝໍ້ ຄົວ ປະ ມານ 6:30 ຫົກ ຊົ່ວໂມງ ສາມສິບ ນາທີ 😍 ດົນຢູ່ ເນາະ


- ຈັດ ການ ກຽມ ລຽບລ້ອຍ ແລ້ວ ກະ ເອົາໃສ່ ໃນໝໍ້ ພ້ອມ ສ່ວນ ປະສົມ ທັງ ໝົດ ເທລົງ ໄປ ເລີຍ 👌ບາດ ນັ້ນ ກະ ປິດຝາ ໄປ ຈົນຮອດ ເວລາ ກິນ😋😋😋



- ໜ້າຕາ ກະ ອອກມາ ເປັນແບບນີ້ ລະ ຫົກ ຊົ່ວໂມງຄີ່ງ ລົດຊາດ ກະເຂັ້ມຂົ້ນ ຕາມທີ່ ຄາດຫວັງ ໄວ້ ແຊບ ຊ້ອຍ ຢູ່ ☺️ ມີ ມັນຟະລັງ ບົດ ໃສ່ທາງ ລຸ່ມ ແລ້ວ ກະ ເອົາ ຊຸບ ຊີ້ນງົວ ຕັກ ໃສ່ເທີງ ຈາກນັ້ນ ກະ ເອົາ ເກືອ ກັບ ໝາກພິກ ໂຮຍໜ້າ ເປັນອັນ ວ່າ ກິນໄດ້

That’s what my food looks 😍 After 6:30 hours 💕



For your support 👩🍳
