###ດອກອັນຊັນ..
ຫລາຍຄົນຄືສິຮູ້ກັນແລ້ວສຳຫລັບດອກໄມ້ຊະນິດນີ້ເພາະເຮົາຈະເຫັນຢູ່ຕາມສະຖານທີ່ຕ່າງໆແລະຫລາຍໆຄົນມັກຈະປູກໄວ້ຕາມເຮືອນຊານບ້ານຊ່ອງນອກຈາກຈະມີສີສັນທີ່ສວຍງາມແລ້ວຍັງມີຄຸນປະໂຫຍດຫລາຍຢ່າງທີ່ນຳມາໃຊ້ໃນຊີວິດປະຈຳວັນອີກດ້ວຍເຊັ່ນນຳມາຕາກໃຫ້ແຫ້ງແລ້ວນຳມາຕົ້ມກິນກໍ່ໄດ້ແລະຍັງໄປເຮັດຂະຫນົມແລະຍັງເປັນຢາອີກນອກຈາກຈະເປັນດອກໄມ້ທີ່ງາມແລ້ວດອກອັນຊັນຍັງມີຊັບພະຄຸນຫລາຍຢ່າງອີ່ຫລີ...
###ດອກດາວເຮືອງ...
ຫລາຍຄົນຄົງຈະຮູ້ແລ້ວເນາະສຳລັບດອກໄມ້ຊະນິດນີ້ເພາະເປັນດອກທີ່ເພີ່ນໃຊ້ບູຊາພະບູຊາດອກໄມ້ທູບທຽນໃນງານສຳຄັນຕ່າງໆທາງສາສະຫນາແລະຍັງເປັນດອກໄມ້ທີ່ພົບເຫັນຕາມສະຖານທີ່ຕ່າງໆບໍ່ວ່າຈະເປັນວັດວາອາຮາມແລະເຮືອນຊານບ້ານຊ່ອງແລະສະຖານທີ່ຕ່າງໆແລະເຮົາຍັງສາມາດເພາະພັນປູກດອກໄມ້ຊະນິດນີ້ແບບງ່າຍໆເຊັ່ນນຳດອກທີ່ມັນແກ່ແລ້ວໄປຕາກແດດລະນຳມາປູກຕາມໄຮ່ນາຮົ້ວສວນຫລືບ້ານເຮືອນແລະສະຖານທີ່ອື່ນໆໄດ້ອີກດ້ວຍ
###ດອກກ້ວຍໄມ້...
ສຳລັບດອກກ້ວຍໄມ້ຫລາຍຄົນຄົງຈະຮູ້ດີເພາະມັນເປັນດອກໄມ້ທີ່ສວຍງາມແລະມີຫລາກຫລາຍສີສັນແລະມີຫລາຍສາຍພັນບາງຄັ້ງເຮົາຈະພົບເຫັນດອກໄມ້ຊະນິດນີ້ຕາມບ້ານເຮືອນເພາະມັນຂື້ນຕາມທຳມະຊາດຕາມຕົ້ນໄມ້ບ້ານເຮືອນແລະປ່າດົງໃຫ່ຍແລະເພີ່ນຍັງເອົາໄປເພາະປູກແລະປະສົມພັນເພື່ອໃຫ້ມັນມີສີສັນແຕກຕ່າງແລະສວຍງາມ