ການອາໄສຢູ່ແຄມແມ່ນ້ຳ#การอาศัยอยู่รีมแม่น้ำ#Living on the river
ສະບາຍດີຫມູ່ທາງ steemit ແລະ busy ມື້ນີ້ຂໍຂຽນເປັນະາສາລາວເລີຍເດີ ຈະເວົ້າເລື່ອງສະໄຫມຕອນເປັນເດັກນ້ອຍແຕ່ຢູ່ກີ່ບ້ານຕິດແຄມນ້ຳຄານຈາກທີ່ລອຍນ້ຳບໍ່ເປັນກະລອຍເປັນຍ້ອນວ່າເຮືອນຢູ່ຕິດແມ່ນ້ຳ,ເລີກໂຮງຮຽນມາກໍ່ລັກພໍ່ແມ່ໄປອາບນ້ຳເພາະຢູ່ຫນ້າເຮືອນກະແມ່ນແມ່ນ້ຳຄານເລີຍເວລານ້ຳລົງນ້ຳກໍ່ຕື່ນສາມາດຍ່າງຂ້າມຝາກໄດ້ເລີຍຫລືຄານໄດ້ເພີ່ນເລີຍເອີ້ນວ່າແມ່ນ້ຳຄານຕາມໆກັນມາ
ຈື່ໄດ້ວ່າຕອນຍ້າຍມາຢູ່ບ້ານໃຫ່ມກະຄືບ້ານວັດແສນແຂວງພະບາງກໍ່ເຫັນນ້ຳຄານພ້ອມເລີຍຕອນນັ້ນກໍ່ຍັງລອຍນ້ຳບໍ່ເປັນເທື່ອພໍມີເພື່ອນລຸ້ນອ້າຍເອື້ອຍຊວນໄປລອຍນ້ຳກໍ່ໄປກັບພວກເຂົາໂດຍທີ່ບໍ່ໄດ້ບອກພໍ່ແມ່ໄວ້ເລີຍພວກເຂົາເຈົ້າກະພາຂີ່ເຮືອຂ້າມຝາກໄປຂີ່ຕາລູດອີກຝັ່ງກໍ່ນັ່ງເຮືອໄປກັບພວກເພີ່ນດ້ວຍທັ້ງໆທີ່ໂຕເອງກະລອຍນ້ຳບໍ່ເປັນເລີຍໃຈກ້າວ່າຊັ້ນ 555
ພໍໄປຮອດຝາກນັ້ນກໍ່ຫລີ້ນມ່ວນຄັກຢູ່ດ໋ອກເພາະວ່ານ້ຳຕື່ນກະບໍ່ເປັນອຸປະສັກສຳຫລັບຕົວເອງເພາະວ່າລອຍນ້ຳບໍ່ເປັນເຂົາເຈົ້າກະພາໄປລອຍນ້ຳຢູ່ບ່ອນຕື່ນ
ແຕ່ຕອນຂ້າກັບຫັ້ນຕີລະມີປັນຫານະກະຂີ່ເຮືອຂ້າມກັບດີໆແຕ່ພວກອ້າຍໆເອື້ອຍເພີ່ນກວນພາກັນກະໂດດຈາກເຮືອຫມົດທຸກຄົນເລີຍຖີ້ມໃຫ້ຕົວເອງຢູ່ເທີ່ງເຮືອຄົນດຽວແຕ່ກໍ່ມາໃກ້ແຄມນ້ຳແດ່ແລ້ວແຕ່ບໍ່ກ້າໂດດເພາະເບີ່ງຄືນ້ຳຍັງເລີກອ້າຍໆເອື້ອຍໆກໍ່ຮ້ອງໃສ່ບອກໃຫ້ວ່າຖ້າຢາກກັບບ້ານໃຫ້ລອຍນ້ຳເຂົ້າມາຝັ່ງເອງເລີຍເຂົາກໍ່ພາກັນນັ່ງເບີ່ງຕົວເອງນັ່ງຮ້ອງໄຫ້ຢູ່ໃນເຮືອແລ້ວກໍ່ພາກັນຫົວຂວັນຕົວເອງແລ້ວໆກໍ່ເອົາຕົວເຮົາເຂົ້າຝັ່ງ
ພໍກັບໄປຮອດເຮືອນກໍ່ໄປຟ້ອງພໍ່ວ່າອ້າຍໆເອື້ອຍໆກວນຕົວເອງພໍ່ບໍ່ໄດ້ໄປດ່າພວກອ້າຍໆເອື້ອຍໆເລີຍໃດແຕ່ກັບມາດ່າຕົວເຮົາເອງວ່າເປັນຫຍັງລອຍນ້ຳບໍ່ເປັນກະຍັງໄປກັບພວກດ້ວຍຄວາມເປັນເດັກນ້ອຍກະບໍ່ຮູ້ເຮັດຫຍັງກະມີແຕ່ນັ່ງຮ້ອງຢ່າງດຽວເເລະເນາະ
ຂອບໃຈສຳລັບການຕິດຕາມແລະແວະເຂົ້າມາອ່ານ