Hi steemit friends
ສະບາຍດີປີໃຫ່ມລາວ ແລະ ຫມູ່ເພື່ອນຫມົດທຸກຄົນມື້ນີ້ກະເປັນມື້ທີ່ສອງທີ່ຊາວລາວທົ່ວຫນ້າພາກັນຫລີ້ນນ້ຳແຕ່ອາກາດຂອງມື້ນີ້ກະຈະມີຝົນຕົກຫນ້ອຍຫນື່ງເນາະ ແລະກະເປັນມື້ສຳຄັນຂອງຊາວຫລວງພະບາງໃນກໍ່ມີການແຫ່ວໍ່ຫລືແຫ່ນາງສັງຂານຂື້ນ,ມື້ນີ້ຈະແຫ່ນາງສັງຈາກວັດທາດໄປສູ່ວັດຊຽງທອງ
ຂະບວນນາງສັງຂານ 2561, ເຊິ່ງເປັນປີພິເສດ ທີ່ຫຼວງພະບາງໄດ້ປະກາດ ເປັນ ນະຄອນຫຼວງພະບາງ, ເຄື່ອງອາພອນນາງສັງຂານໃນປິນີ້ໄດ້ໃສ່ຜ້າບ່ຽງ ແລະ ເລີ້ງເຄີ້ງ ຈາກຕະກູນ ບຸບຜາ ອັນເປັນມໍລະດົກຕົກທອດ ທີ່ສືບທອດກັນມາຫຼາຍ ເຊັ່ນຄົນ...
ຂະບວນໄດ້ແຫ່ໄປເຖີງວັດຊຽງທອງແລ້ວກໍ່ນຳນາງສັງຂານ7ເຂົ້າໄປໃນອາຮາມຂອງວັດຊຽງທອງເພື່ອນນຳພະຊ້ຽນຂອງພໍ່ໄປຫົດສົ່ງຄືກັບທຸກໆປີ,ມື້ອື່ນກໍ່ຈະມີການແຫ່ກັບຈາກວັດຊຽງທອງກັບໄປສູ່ວັດທາດຫລັງຈາກນັ້ນກໍ່ຈົບພີທີ
ຂອບໃຈສຳຫລັບການຕິດຕາມແລະແວະເຂົ້າມາອ່ານ