Hello steemit friends
ສະບາຍດີໝູ່ໆ steemit ທຸກໆຄົນປີໃໝ່ລາວກໍ່ໄດ້ຈົບລົງໄປແລ້ວໃນມື້ວານເປັນມື້ສຸດທ້າຍແຕ່ກໍ່ຍັງມີການສົງນ້ຳພະຢູ່
ມື້ນີ້ຈະເວົ້າປະຫວັດຄວາມເປັນມາຂອງປູ່ເຍີ ຍ່າເຍີ
ປູ່ເຍີ ຍ່າເຍີ ສຳລັບຄົນລາວເຮົາແລ້ວ ຄິດວ່າອາດຈະບໍ່ມີໃຜທີ່ບໍ່ຮູ້ຈັກ ປູ່ເຍີຍ່າເຍີ,ຄົນສະໄໝກ່ອນຮ້ອງວ່າປູ່ສັງກະສາຍ່າສັງກະສີຫຼືເທວະດາຫຼວງທີ່ພະຍາຟ້າງຸ່ມໄດ້ປະດີດຂື້ນ,ຕຳນານຂອງປູ່ເຍີຍ່າເຍີນັ້ນ,ມີການບອກເລົ່າປາກຕໍ່ປາກກັນໃນກຸ່ມຄົນທຸກຍຸກທຸກສະໄໝເປັນຕົ້ນແມ່ນຄົນທີ່ດຳລົງຊີວີດຢູ່ຫຼວງພະບາງຈະຮູ້ຈັກ ແລະ ຕຳນານຂອງປູ່ເຍີຍ່າເຍີດີ. ວີທີ່ສັງເກດງ່າຍໆແມ່ນປູ່ເຍີຈະມີໜວດ ແລະ ຍ່າເຍີຈະບໍ່ມີໜວດໃສ່ຕຸ້ມຫູໃຫ່ຍທັງສອງ. ບໍ່ແມ່ນວ່າທຸກຄົນຈະສາມາດເຂົ້າໄປເຊີນປູ່ເຍີຍ່າເຍີໄດ້ທຸກຄົນ,ເພາະວ່າຄົນທີ່ຈະເປັນຕົວແທນ ຫຼື ເປັນຄົນເຊີນປູ່ເຍີຍ່າເຍີ ໄດ້ນັ້ນຕ້ອງເປັນລູກຫຼານຂອງຄົນຢູ່ໃນບ້ານອາຮາມເທົ່ານັ້ນເພາະເປັນຜູ້ສືບເຊື້ອສາຍ ປົກປັກຮັກສາເບີ່ງແຍ່ງ ຕຸກກະຕາຂອງປູເຍີຍ່າມາຕັ້ງແຕ່ດືກດຳບັນ(ປ້າສົມບູນເລົ່າໃຫ້ຟັງ)
ຕຳນານເລົ່າວ່າແຕ່ກີ່ແຕ່ກ່ອນ ທີ່ເມືອງແຖນໄດ້ມີເຄືອເຂົາກາດໃຫ່ຍເຄືອໜື່ງເຮັດໃຫ້ແສງສະຫວ່າງຈາກດວງອາທີດບໍ່ສາມາດສາດສ່ອງໃຫ້ຄວາມອົບອຸ່ນສູ່ພື້ນດີນໄດ້,ຜູ້ຄົນດຳລົງຊີດວີດຢູ່ນຳຄວາມມືດມີດ ແລະ ໜາວເຢັນ ມື້ໜື່ງພະຍາເມືອງ (ຂຸນບູລູ)ໄດ້ເອີ້ນເສນາອາມານມາປະຊຸມເພື່ອປືກສາຫາລືຫາວ່າຈະເຮັດວີທີໃດຈື່ງຈະຕັດເຄືອເຂົາກາດໃຫ່ຍນີ້ໄດ້ ແຕ່ກະບໍ່ມີໃຜສາມາດໄປຕັດເຄືອເຂົາກາດນັ້ນ ຕໍ່ມາບໍ່ດົນກໍ່ມີສອງຜົວເມຍເຖົ້າໄດ້ມາລາຍງານຕໍ່ພະຍາຂຸນບູລູວ່າພວດຂ້າພະເຈົ້າຊື່ປູ່ເຍີຍ່າເຍີ ມີຄວາມຍີນດີຂານອາສາຕັດເຄືອເຂົາກາດນັ້ນພະຍາຂຸນບູລູສະແດງຄວາມຊົມເຊີຍຕໍ່ສອງຜົວເມຍເຖົ້ານັ້ນທີ່ຍອມເສຍສະຫຼະອັນສູງສົ່ງເພື່ອປະເທດຊາດ ກ່ອນຈະອອກເດີນທາງປູ່ເຍີຍ່າເຍີ ໄດ້ຂໍຢ່າງໜື່ງວ່າ ຖ້າຫາກຕາຍໄປໄດ້ຂໍໃຫ້ປະຊາຊົນຂອງທຸກຄົນຍ່າລືມຊື່ຂອງພວກຕົນດ້ວຍ ພະຍາຂຸນບູລູກໍ່ຮັບປາກ ຈາກນັ້ນທັງສອງກໍ່ມຸ້ງໜ້າໄປທີ່ໜອງຕູ້ທັນທີ່ພ້ອມດວ້ຍຂວນຂະໜາດໃຫ່ຍ ພວກເຂົາໃສ່ເວລາຕັດທັງກາງເວັນ ແລະ ກາງຄືນເປັນເວລາ 3 ເດືອນ 3 ວັນ ຈື່ງສາມາດຕັດເຄືອເຂົາກາດນັ້ນລົງໄດ້ແຕ່ຄວາມໂສກເສົ້າເສຍດາຍຍີ່ງ ເຄືອເຂົາກາດໄດ້ລົ້ມ ທັບສອງຜູ້ເຖົ້າຕາຍທັນທີ່ໃນທີ່ສຸດແສງສະຫວ່າງກໍ່ກັບມາສູ່ຜື່ນແຜ່ນດີນອີກຄັ້ງໜື່ງ ນຳເອົາຄວາມອົບອຸ່ນມາສູ່ມ່ວນມະນຸດ ພືກສາ ແລະ ສັດສາສີ່ງທັງຫຼາຍ ການດຳລົງຊີວີດເລີ່ມກັບສູ່ຄວາມເປັນປົກກະຕິອີກຄັ້ງໜື່ງ ພະຍາຂຸນບູລູພ້ອມດ້ວຍຂ້າທາດບໍລິວານທັງຫຼາຍ ໄດ້ເຮັດພີທີສົ່ງສະການປູ່ເຍີຍ່າເຍີຢ່າງສົມກຽດນັບແຕ່ນັ້ນເປັນຕົ້ນມາ
ເພື່ອເປັນການລະນືກເຖີງຄຸນງາມຄວາມດີຂອງປູ່ເຍີຍ່າເຍີ ຄົນລາວຈື່ງຕື່ມຄຳລົງທ້າຍວ່າເຍີໆ ໃນຄຳເວົ້າຂອງຕົ້ນສະເໜີເຊັ່ນຄຳວ່າໄປເຍີ,ເມື່ອເຍີ,ມາເຍີ ພ້ອມນັ້ນຍັງໄດ້ເຮັດໜ້າກາກຫຼືຮູບສັນຍາລັກຂອງທັງສອງນັ້ນໄວ້ເພື່ອເປັນການສະກະລະນັບຖືສືບຕໍ່ກັນມາຈົນເຖີງທຸກມື້ນີ້ ທ່ານຜູ້ທີ່ເປັນຜູ້ຮັກສາເທວະດາຟ້າຫຼວງ ໃນໂອກາດສົງການປີໃໝ່ລາວເພີ່ນຈະເອີ້ນເອົາສັນຍາລັກຂອງປູ່ເຍີຍ່າເຍີ ແລະ ສີງແກ້ວສີງຄຳ ອອກຈາກຫີບທີ່ຮັກສາເພື່ອຮ່ວມພີທີ່ຕ່າງໆທຸກປີ ກ່ອນຈະສະຫລອງປີໃຫ່ມໄດ້ເອົາຮູບສັນຍາລັກຂອງປູ່ເຍີຍ່າເຍີທີ່ຮັກສາໄວ້ທີ່ຫໍເທວະດາຟ້າຫຼວງໃນບໍລິວານອາຮາມເພື່ອກາບໄວ້ ແລະ ຖວາຍເຄື່ອງທານ ປູ່ເຍີຍ່າເຍີຈະເຂົ້າຮ່ວມທຸກໆປີພີທີທີ່ຈັດຂື້ນຕາມຮີດຄອງປະເພນີໃນໄລຍະບຸນປີໃໝ່ໂດຍສະເພາະໃນການແຫ່ຫວໍ່ຫົດສົງພະບາງໃນໂອກາດນີ້ປູ່ເຍີຍ່າເຍີຈະອອກມາຟ້ອນເພື່ອຄວາມສົມບູນພູນສຸກຂອງປະຊາຊົນ
ສີງແກ້ວສີງຄຳ(ໂຕເທບສີງຂະນັດ)ລູກລ້ຽງທີ່ປູເຍີຍ່າເຍີນຳເອົາມາຈາກປ່າຫິມະພານບາງຕຳນານບອກວ່າປູ່ເຍີຍ່າເຍີນຳເອົາສີງແກ້ວສີງຄຳມາຈາກຕາດກວາງຊີ ພີທີແຫ່ປູ່ເຍີຍ່າເຍີ ແລະ ສີງແກ້ວສີງຄຳໄປຕັກນ້ຳຢູ່ແຄມນ້ຳຄານເພື່ອໄປຫົດສົງພະບາງນ້ຳທີ່ເອົາມາຈາກນ້ຳຄານທີ່ບັນຈຸໄວ້ຢູ່ໃນໄຫດີນ ເຊີ່ງຈະໃຫ້ເຍົາວະຊົນແບກໄປເພື່ອໄປຫົດສົງພະບາງ.ປູ່ເຍີຍ່າຈະລົງໄປຕັກນ້ຳຄານເພື່ອຫົດສົງພະບາງພ້ອມຂະບວນແຫ່ໃນພີ່ທີ່ນີ້ ຈະເອົານ້ຳໃສ່ໄຫໃຫ້ເຍົາວະຊົນແບກ ໄດ້ເຮັດພີທີໄດ້ແຄມນ້ຳຄານໄດ້ນຳເອົາດອກໄມ້ ທູບ ທຽນບູຊາເວົ້າສູດຄຳຂວັນເປັນປະຈຳທຸກປີ.ພີທີຈະເຮັດໃນຕອນແລງກ່ອນມື້ຈະມີການແຫ່ຫວໍ່ຫລືນາງສັງຂານເຂົ້າພີທີສູ່ຂວັນແຕ່ງອາຫານບອກກ່າວຄອບໃຫ້ປູ່ເຍີຍ່າເຍີສີງແກ້ວສີງຄຳຕຽມພີທີ່ລົງມາຈາກກຸຕິ ຝືກສ້ອມທ່າເຕັ້ນຕາມຈັງຫວະກອງແລ້ວໄປນົບໄຫວ້ທາດເຂັດທາດຄຳທີ່ຢູ່ດ້ານໜ້າສີມ ກ່ອນຈະແຫ່ໄປວັດຊຽງທອງເຮັດພີທີໄຫວ້ຈູດທູບ ທຽນບູຊາທີ່ຄຳແພງວັດສຸວັນນະຄີລີເຄີ່ງທາງເຂົ້າວັດຊຽງທອງ ແລະບໍລິເວນດ້ານຂ້າງຂອງວັດຊຽງທອງ
ຂໍຂອບໃຈສຳລັບການຕິດຕາມ ແລະ ແວະເຂົ້າມາອ່ານ