✨ປະຫວັດນາງສັງຂານ ໃນງານບຸນປີໃຫມ່ລາວ✨ຕອນຈົບ

thanvaly(52)
Published in
#story
Words
137
Reading
1 min
Listen
Play
8y

ສະບາຍດີຫມູ່ເພືອນ steemit busy ທຸກຄົນ ໃກ້ເຂົ້າມາທຸກມື້ແລ້ວປີໃຫ່ມລາວໃຜມີແຜ່ນໄປທ່ຽວໃສແດ່ໄປໃສມາໃສກະໃຫ້ລະມັດລະວັງດືມບໍ່ຂັບເດີໝູ່ເພື່ອນທຸກຄົນ ມື້ນີ້ຈະມາຂຽນປະຫວັດຂອງນາງສັງຂານຕໍ່ຈາກມື້ວານ
30515935_2189370134625085_7057456279005954048_n.jpg
ລູກສາວທັງ 7 ນາງແມ່ນແທນໃຫ້ 7 ວັນ ໃນວັນໜຶ່ງອາທິດຊຶ່ງນາງສາວທັງ 7 ຈະມີພາຫະນະປະຈຳຕົວຂອງແຕ່ລະນາສາວຄື: - ນາງ ທຸງສະເທວີ ວັນອາທິດ ພາຫະນະ ຂີ່ ຄຸດ - ນາງ ໂຄລະຄະເທວີວັນຈັນ ພາຫະນະ ຂີ່ ເສືອໂຄ່ງ - ນາງ ຮາກສະເທວີ ວັນອັງຄານ ພາຫະນະ ຂີ່ໝູ - ນາງ ມົນທາເທວີ ວັນພຸດ ພາຫະນະ ຂີ່ ມ້າ (ລໍ) - ນາງ ກີລີນີເທວີ ວັນພະຫັດ ພາຫະນະ ຂີ່ ຊ້າງ -ນາງ ກິມີທາເທວີ ວັນສຸກ ພາຫະນະ ຂີ່ ຄວາຍ - ນາງ ມະໂຫທອນ ເທວີ ວັນເສົາ ພາຫະນະ ຂີ່ນົກຍຸງ
30516017_866085550262043_6918020161079420077_n.jpg
ເມື່ອທັງ 7 ນາງມາພ້ອມໜ້າພ້ອມຕາກັນແລ້ວ ຜູ້ເປັນພໍ່ຈິ່ງສັ່ງຄວາມວ່າ: ຕອນພໍ່ຖຶກຕັດຄໍໃຫ້ພວກລູກເອົາພາຖາດຄຳມາຮອງຮັບ ບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກລົງດິນ ຈາກນັ້ນໃຫ້ເອົາໄປໄວ້ຢູ່ຖ້ຳເຂົາສຸເມນໂນລາດ.ເມື່ອເຖິງເດືອນຫ້າ ຟ້າລ່ວງ ຫຼື ກຸດສົງການປີໃດ ຖ້າສັງຂານລ່ວງຖຶກວັນໃດໃຫ້ລູກສາວປະຈຳວັນນັ້ນ ( ຫຼື ນາງສັງຂານ ) ຂີ່ສັດພາຫະນະຂອງຕົນໄປແຫ່ເອົາຫົວພໍ່ອອກມາຈາກຖໍ້າເພື່ອຫົດສົງ, ສ່ວຍລ້າງດ້ວຍ ນ້ຳອົບນ້ຳຫອມໃຫ້ສະອາດແລ້ວຈິ່ງເອົາໄປໄວ້ບ່ອນເກົ່າ.ຍ້ອນແນວນັ້ນເອງ ເມື່ອຮອດຍາມກຸດສົງການປີໃໝ່ແຕ່ລະປີປະຊາຊົນຊາວພວກເຮົາຈິ່ງເອົານ້ຳອົບ, ນ້ຳຫອມ ຫຼື ນ້ຳດອກໄມ້ໄປຫົດສົງພະພຸດທະຮູບ, ຫົດສົງພໍ່ແມ່ເຖົ້າແກ່, ຄູບາ-ອາຈານ ແລະ ຍາດພີ່ນ້ອງເພື່ອນຝູງ ເພື່ອຄວາມເປັນສິລິມົງຄົນສືບຕໍ່ກັນມາຈົນເຖິງປັດຈຸບັນ.ລູກສາວຂອງພະຍາກະບິນລະພົມ 7 ຄົນ, ແມ່ນ 7 ວັນ ໃນອາທິດແຕ່ລະຄົນຂີ່ສັດຂອງຕົນ ເອງລົງມາ ແມ່ນຜູ້ສາວທີ່ງາມກວ່າໝູ່, ເກັ່ງກວ່າໝູ່ຂອງເມືອງຫຼວງພະບາງ.ສະນັ້ນ, ແຕ່ລະປີຢູ່ເມືອງຫຼວງພະບາງຈິ່ງໄດ້ຈັດພິທີຄັດເລືອກປະກວດນາງສາວຜູ້ງາມ, ຜູ້ດີເພື່ອເປັນຕົວແທນລູກສາວຂອງພະຍາກະບິນລະພົມ ເອີ້ນວ່າ ນາງສັງຂານ.
30443098_866085573595374_5219502780273187325_n.jpg
ພຣະຍາກະບິນລະພົມ ມີລູກສາວ 7 ອົງ ແລະປີໃຫມ່ລາວ ພສ 2561 ປີນີ້ ແມ່ນ ຖືກຝຽນຂອງນາງເທບທິດາຜູ້ທີ່ 7 ທີມີຊື່ພຣະນາມວ່າ ນາງມະໂຫທອນເທວີ ຊົງພາຫະນະເປັນມະຍຸຣະປັກສ໌ ( ນົກຍຸງ ) ຊົງພາຫຸຣັດທັດດອກສາມຫາວ ( ດອກຜັກຕົບ ) ປະດັບອາພອນດ້ວຍແກ້ວນິດຣັຕຣ໌ ( ແກ້ວສີດອກຜັກຕົບ ) ສະເຫວີຍຊິ້ນກວາງ ເປັນພັກສາຫາຣ ມືຂວາຖືກົງຈັກ ມືຊ້າຍຖືຕຣີສູລ ( ຫອກສາມງ່າມ ) ທີ່ຈະອັນເຊີນສຽນຂອງພຣະບິດາແຫ່ເຫີນໄປຫົດໄປສົງໃນວາຣະສັງກາດສັງຂານມະຫາສົງການປີໃຫມ່ລາວໃນປີນີ້.
30441812_866085596928705_1816016777405945553_n.jpg30412167_866085613595370_3454564988195913865_n.jpg![30516017_866085550262043_6918020161079420077_n.jpg]30531431_866085646928700_2108894388242914538_n.jpg30440846_866085670262031_2600139823255686384_n.jpg30530748_866085693595362_209128269085258125_n.jpg
ຂອບໃຈສຳຫຼັບການຕິດຕາມແລະແວະເຂົ້າມາອ່ານ