ສິ່ງມະຫັດສະຈັນຂອງໂລກໃນ ອາຊຽນ@soysungvone

Words
74
Reading
1 min
Listen
Play
8y

HELLO MY FRIENDS IN STEEMIT AND esteem ສະບາຍດີຊາວ Esteemit ທຸກທ່ານມື້ນີ້ນຳສະເຫນີສິ່ງມະຫັດຈັນຊາວພຸດໃນອິນໂດນີເຊຍ
FF30208A-16C0-4C8F-8947-4390D2BD38AC.jpeg
ພຣະທາດເຈດີ “ບໍຣົມພຸດໂທ” [Borobudur] ສິ່ງມະຫັດສະຈັນຂອງໂລກ ມີອາຍຸເກົ່າແກ່ທີ່ສຸດແຫ່ງໜຶ່ງຂອງອິນໂດເນເຊຍ ສ້າງຂຶ້ນໃນສະໄໝ “ພຣະເຈົ້າແຜ່ນດິນຣາຊວົງໄສແລນ” ລະຫວ່າງ ຄສ.778 - ຄສ.850 ແລະໄດ້ຮັບການຍົກຍ້ອງຈາກອົງການອຸຍເນສໂກ ໃນປີ ຄສ.1991 ວ່າ ເປັນມໍລະດົກໂລກ
69EC93A7-7598-4292-88EB-1FCAB841B74C.jpeg
ແຕ່ລະປີຈະມີງານເທສະການບູຊາທີ່ຍິ່ງໃຫຍ່ ຈັດຂຶ້ນໃນໄລຍະວັນວິສາຂະບູຊາ ເຊິ່ງຈະມີຊາວພຸດຈາກທົ່ວໂລກມາບູຊານະມັດສະການ ແລະມີພິທີສຳຄັນຕ່າງໆ ທີ່ເປັນບຸນປະເພນີທີ່ໄດ້ຮັບຄວາມນິຍົມສູງຂອງອິນໂດເນເຊຍ

ບຸໂຣພຸດໂທ (ຫຼືບໍຣົມພຸດໂທ) ເປັນພຸດທະສະຖານແບບຮິນດູຊວາ ສີລະປະການກໍ່ສ້າງມີລັກສະນະແບບອິນເດຍຜະສົມກັບອິນໂດເນເຊຍ ເປັນຮູບຊົງຄ້າຍຄືກັບດອກບົວທີ່ເປັນສັນຍາລັກທາງພຸດທະສາສະໜາ ສິ່ງກໍ່ສ້າງແມ່ນເຮັດມາຈາກຫີນພູເຂົາໄຟ ມີທັງໝົດ 10 ຊັ້ນ ແຕ່ລະຊັ້ນຈະບົ່ງບອກເຖິງເລື່ອງຕ່າງໆກ່ຽວກັບຊີວິດຂອງມະນຸດ ແລະ ສະແດງເຖິງຄຳສອນທາງພຸດທະສາສະໜາ ເຊັ່ນ ເລື່ອງກົດແຫ່ງກຳ ກິເລສ ຕັນຫາ ການວຽນວາຍຕາຍເກີດ ບາບບຸນຄຸນໂທດ ໄປຕາມລຳດັບ ຈົນເຖິງເລື່ອງ ໂລກກະທາດ (ອະຣູປະທາຕຸ) ເປັນຕົ້ນ ໂດຍນັກວິຊາການທາງພຸດທະສາສະໜາຕ່າງກໍ່ເບິ່ງເຫັນວ່າ ຮູບຊົງການກໍ່ສ້າງແມ່ນ ຖ່າຍທອດອອກຈາກຄຳສອນທາງພຸດທະສາສະໜາ ແລະຊັ້ນສູງສຸດຄືການຫລຸດພົ້ນຈາກວັດຕະສົງສານ ຄືເຂົ້າສູ່ ນິບພານ ທີ່ພຣະພຸດທະເຈົ້າເປັນຜູ້ນຳທາງໄປແລ້ວ
738D4E60-AF3F-454D-86C3-4B51967A7508.jpeg
ໃນແຕ່ລະມື້ ຈະມີນັກທ່ອງທ່ຽວຈຳນວນຫຼວງຫຼາຍ ຈາກທັງໃນແລະຕ່າງປະເທດ ແລະທັງເປັນຊາວພຸດແລະຕ່າງສາສະໜາ ເຖິງແມ່ນວ່າໃນປັດຈຸບັນ ອິນໂດເນເຊຍ ຈະມີປະຊາກອນທີ່ນັບຖືສາສະໜາອິດສະລາມ ເກືອບຮອດ 100% ກໍ່ຕາມ ແຕ່ສະຖານທີ່ແຫ່ງນີ້ກາຍເປັນອັນຍະມະນີລໍ້າຄ່າທີ່ສ້າງລາຍໄດ້ຢ່າງຫຼວງຫຼາຍແກ່ອິນໂດເນເຊຍ
8E81B2A0-56DB-469A-B5EB-452128C2772F.jpeg
ສຶກສາເພີ່ມເຕີມ ເຟສບຸກ:ວັດລາວສວຍງາມ

ສິ່ງມະຫັດສະຈັນຂອງໂລກໃນ ອາຊຽນ@soysungvone | Ecency