ສະບາຍດີ
Hello steemit friends 😊
ໃນຊ່ວງບຸນ ເດືອນຫ້າ ນີ້ຖືວ່າຍັງຫຼີ້ນ ກັນ ມາຕໍ່ເນື່ອງ ຈົນຮອດ ມື້ນີ້ ແຫ່ວໍ່ ບ້ານຊຽງແມນ ມ່ວນແທ້ ມ່ວນວ່າ ແຫ່ແບບ ປະເພນີ ບ້ານເຮົາມາດົນ ແລ້ວ ແຫ່ ນຳຫຼັງ ເຂົາ ຫຼີ່ນເດືອນ ຫ້າ ແລ້ວ ກ່ອນ ປະມານ ອາທິດ ໜື່ງ ແລ້ວ ບ້ານຊຽງແມນ ກະແຫ່ ວໍ່ ຕາມຫຼັງ ຂ້ອຍ ບໍ່ໄດ້ ມາຫຼີ້ນ ຫຼາຍປີ ແລ້ວ ແຕ່ ປີນີ້ ແມ່ນ ໂຊກດີ ເປັນພິເສດ
ໄດ້ ຫຼິ້ນ ຫັງ ບຸນ ເດືອນຫ້າ ແລ້ວ ກະ ບຸນບ້ານອີກຕື່ມ ໄດ້ ເຫັນ ພໍ່ແມ່ ອ້າຍນ້ອງ ໝູ່ຄູ່ ແຕ່ສະໄໝຮຽນ ທຳ ມະດາ ມາດົນໆ ເຈີ ກັນ ມັນ ກະມີເລື່ອງ ໃຫ້ລົມ ໃຫ້ຖາມ ເປັນທຳມະດາ ແຕ່ສຳລັບ ຄົນ ທີ່ເປັນໝູ່ຄູ່ ສະໄໝຮຽນ ຖືງ ອິຈາກ ກັນໄກ ປານ ໃດ ກະຍັງ ຮູ້ ສືກດີ ຄືເກົ່າ ບາດເຈີ ໜ້າກັນ ຂ້ອຍຮູ້ ສືກ ໂຊກດີ ຫຼາຍ ປີນີ້ ໄດ້ ກັບມາ ອາໄສ ຢູ່ ບ່ອນ ທີ່ຂ້ອຍ ເຕີບໃຫຍ່ ບ້ານເກີດ ເມືອງນອນ
ຄວາມຮູ້ ສືກ ມັນຍັງ ຈື່ຄືເກົ່າ ແຕ່ ທີ່ປ່ຽນໄປ ແມ່ນ ແຕ່ລະຄົນ ກະ ໃຫຍ່ ຂື້ນ ເຖົ້າ ຂື້ນໄປ ຕາມ ການເວລາ ລວມທັ້ງ ໂຕ ຂ້ອຍ ກະ ຄືກັນ ເພາະ ບໍ່ມີ ໃຜ ອິສາມາດ ຢຸດ ເວລາ ຢຸດ ການ ເສື່ອມໂຊມ ຂອງ ເກີດ ຂື້ນ ຕັ້ງຢູ່ ແລ້ວ ກະດັບໄປ !!! ບາດນີ້ ເຮົາ ມາຢູ່ຈຸດນີ້ ແລ້ວ ອັນໃດ ທີ່ຢາກ ເຮັດ ຢາກທຳ ກະຄວນ ເຮັດ ໄດ້ ແລ້ວ ເພາະ ເວລາ ບໍ່ໄດ້ ລໍຄອຍໃຜ ແມ້ນແຕ່ໂຕ ຂອງຂ້ອຍເອັງ ເຮັດ ປັດຈຸບນ ໃຫ້ດີ ທີ່ສຸດ ເພື່ອ ອານາຄົດ ອນທີ່ຍັງ ມາບໍ່ຮອດ ໃຫ້ດີ ຂື້ນ ໄປ ❤️
Thank you for visit my blog 💕
Will see you again next post 😊