ສະບາຍດີ ເດີ steemit friends 🎨
ຮູບຕອນ ນີ້ ແມ່ນ ຕອນ ທີ່ຂ້ອຍ ໄປຢາມ ບ້ານເຮົາ ( ລາວ ) ຕອນ ເທື່ອ ແລ້ວ ກະໄດ້ ພາເດັກ ນ້ອຍ ແອນນາເບວ ກັບ ເຈມມີ່ ໄປ ບູລະນະ ນາງທໍລະນີ ຢູ່ວັດ ບ້ານ ຊຽງແມນ ແມ່ນ ຂອງ ແມ່ຍ່າຂ້ອຍ ໄດ້ ສ້າງໄວ້ ກ່ອນ ເພີນອິເສຍ, ຕໍ່ມາ ກະບໍ່ແນ່ໃຈ ແດ່ ວ່າມີ ໃຜ ບູລະນະ ຕໍ່ ແລ້ວ ຂ້ອຍ ໄປ ຢາມ ບ້ານ ເທື່ອແລ້ວ ກະເລີຍ ໄດ້ ມີໂອກາດ ມາທາ ສີໃໝ່ ກະເລີຍ ພາເດັກນ້ອຍ ໄປ ນຳ ເຂົາມັກ ເລື່ອງ ແນວນີ 🎨
ກະຕາມທີ່ ເຫັນໃນຮູບເລີຍ ເນາະ ກະບໍ່ໄດ້ ເຮັດ ຫຍັງ ຫຼາຍ ມີ ແຕ່ ສ້ອມແຊມ ຜົມແດ່ ແລ້ວ ກະ ທາສີລີບ ກັບ ທາສີເລັບ ງາມຕາ ຂື້ນ ບາດ ທາສີ ແລ້ວ 💕 ຂ້ອຍ ຢາກ ສອນ ໃຫ້ ລູກສອງຄົນ ໄດ້ ຮູ້ຈັກ ຮີດຄອງປະເພນີລາວແດ່ ແຮງ ໃຫຍ່ ຢູ່ ອົດສະຕາລີ ແຮງໄກ ຈາກ ສາສະໜາຫຼາຍ ຂ້ອຍ ກະພະ ຍາຍາມສອນ ທຳນຽມ ລາວ ໃຫ້ຢູ່ ໄດ້ ທໍ່ໃດ ກະເອົາ ທໍ່ນັ້ນ
ຂ້ອຍ ເຊື່ອວ່າພໍ່ແມ່ທຸກຄົນ ກະຫວັງ າກ ເຫັນລູກໆ ໃຫຍ່ຂື້ນມາ ເປັນຄົນດີ ຂອງສັງຄົມ ແລ້ວ ກະມີຄວາມສຸກ ກັບການໃຊ້ ຊີວິດ ! ຂ້ອຍອາດ ຈະເບີ່ງ ແຕກຕ່າງ ຈາກຜູ້ ອື່ນ ວ່ສ ຄວາມສຸກ ມັນບໍ່ໄດ້ ຢູ່ໄກ ເລີຍ ມັນຢູ່ ມໍ່ ໃກ້ໂຕ ເຮົານີ້ ລະ ແຕ່ ທີ່ສຳຄັນ ແມ່ນ ໃຫ້ຮູ້ ຈັກ ພໍດີ ພໍໃຈ ໃນສີ່ງທີ່ເຮົາ ມີ ໃຊ້ຊິວິດ ໃຫ່ຢູ່ກັບ ປັດຈຸບັນ ບໍ່ຢຶດຕິດ ກັບອາດິດ ບໍ່ໄຝ່ຫາ ອານາຄົດ ທີ່ຍັງມາບໍ່ຮອດ ເຮັດ ທຸກມື້ ໃຫ້ດີ ທີ່ສຸດ ເທົ່າທີ່ເຮັດໄດ້ ກະພໍແລ້ວ 🤗
ຍ້ອນວ່າ ພວກເຮົາທຸກ ຄົນ ເກີດມາ ຕ່າງກັນ ພອນສະຫວັນ ກະຕ່າງກັນໄປ ເພາະສະນັ້ນ ຢ່າ ເອົາຕົວເອັງໄປ ປຽບທຽບ ກັບຜູ້ອື່ນ
Love it steemit 🎨
Thank you for your support 💕